ນ້ຳມັນເຄື່ອງອີຊູຊຸ ເຮັດໜ້າທີ່
ເມື່ອໃຊ້ວຽກເປັນໄລຍະເວລາໜຶ່ງ, ຄວາມຮ້ອນ ແລະ ຂີ້ຄວັນໄຟຈາກການເຜົາໄໝ້ຈະເຮັດໃຫ້ປະສິດທິພາບຂອງນ້ຳມັນເຄື່ອງໃນການຫຼໍ່ລື່ນ ແລະ ການປ້ອງກັນການຫຼຸ້ຍຫ້ຽນຫຼຸດລົງ, ເພື່ອຢືດອາຍຸການໃຊ້ງານເຄື່ອງຈັກ, ຈຶ່ງຕ້ອງປ່ຽນຖ່າຍນ້ຳມັນເຄື່ອງຕາມໄລຍະທີ່ກຳໜົດ
ເລືອກໃຊ້ ນ້ຳມັນເຄື່ອງມາດຕະຖານອີຊູຊຸ ເພື່ອໃຫ້ເຄື່ອງຈັກເຮັດວຽກໄດ້ຢ່າງເຕັປະສິດທິພາບ.
ໄສ້ຕອງນ້ຳມັນເຄື່ອງມີໜ້າທີ່ກັ່ນຕອງນ້ຳມັນເຄື່ອງທີ່ໄຫຼວຽນຢູ່ພາຍໃນເຄື່ອງຈັກ ໂດຍການໄຫຼຜ່ານເຈ້ຍຕອງເຂົ້າໄປສູ່ພາຍໃນແກນກາງຂອງເຄື່ອງຕອງ ຈາກນັ້ນກໍສົ່ງນ້ຳມັນໄປຫຼໍ່ລື້ນສ່ວນຕ່າງໆຂອງເຄື່ອງຈັກໂດຍເຈ້ຍຕອງຈະສະກັດຂີ້ຄວັນໄຟ ແລະ ສິ່ງເປິະເປື້ອນຕ່າງໆຈາກການໃຊ້ເຄື່ອງຈັກເປັນເວລາດົນຈະມີການສະສົມຈົນອາດເກີດການອຸດຕັນໄດ້ ດັ່ງນັ້ນຄວນປ່ຽນໄສ້ຕອງນ້ຳມັນເຄື່ອງຕາມໄລຍະທີ່ແນະນຳໃນຄູ່ມືການນຳໃຊ້ລົດອີຊູຊຸ
ເລືອກໃຊ້ສະເພາະແຕ່ ໄສ້ຕອງນ້ຳມັນເຄື່ອງມາດຕະຖານອີຊູຊຸໄດ້ທີ່ສູນບໍລິການມາດຕະຖານອີຊູຊຸໃກ້ບ້ານທ່ານ
ໄສ້ຕອງອາກາດ ເຮັດໜ້າທີ່ສະກັດຝຸ່ນລະອອງ ແລະ ສິ່ງເປິະເປື້ອນບໍ່ໃຫ້ເຂົ້າໄປໃນເຄື່ອງຈັກເພື່ອການເຜົາໄໝ້ທີ່ສົມບູນ ຫຼຸດຜ່ອນການຫຼຸ້ຍຫ້ຽນຂອງເຄື່ອງຈັກ
ໄສ້ຕອງອາກາດແທ້ຂອງອີຊູຊຸ ຖືກອອກແບບໃຫ້ມີໂຄງສ້າງທີ່ແຂງແຮງ ເລືອກໃຊ້ວັດສະດຸ ທີ່ມີຄຸນນະພາບກົງກັບຄວາມຕ້ອງການຂອງເຄື່ອງຈັກອີຊູຊຸໂດຍສະເພາະ ຈຶ່ງສະກັດຝຸ່ນລະອອງ ແລະ ສິ່ງເປິະເປື້ອນໄດ້ຢ່າງມີປະສິດທິພາບ ອີກທັງຍັງຮັກສາອັດຕາການໄຫຼວຽນອາກາດພາຍໃນເຄື່ອງຈັກໄດ້ຢ່າງເໝາະສົມ
ເລືອກໃຊ້ແຕ່ໄສ້ຕອງອາກາດແທ້ອີຊູຊຸທີ່ມີຄຸນນະພາບ ເພື່ອໃຫ້ເຄື່ອງຈັກໃຊ້ງານໄດ້ຢ່າງເຕັມປະສິດທິພາບສາມາດຫາຊື້ໄດ້ທີ່ສູນບໍລິການມາດຕະຖານອີຊູຊຸໃກ້ບ້ານທ່ານ
• ມີຝາເປີດ-ປິດ ສຳລັບຕື່ມນ້ຳກັ່ນ
• ກວດເຊັກລະດັບນ້ຳກັ່ນໃນໝໍ້ໄຟໃຫ້ຢູ່ໃນລະດັບທີ່ເໝາະສົມເປັນປະຈຳທຸກອາທິດ
• ສາມາດເປີດຝາເພື່ອຕື່ມນ້ຳກັ່ນ ຫາກລະດັບນ້ຳໃນໝໍ້ໄຟຫຼຸດລົງ
• ກວດເຊັກລະດັບນ້ຳກັ່ນໃນໝໍ້ໄຟໃຫ້ຢູ່ໃນລະດັບທີ່ເໝາະສົມເປັນປະຈຳທຸກເດືອນ
• ຖືກອອກແບບໃຫ້ບໍ່ມີປ່ອງຕື່ມນ້ຳກັ່ນ (ປິດສະໜິດ)
• ບໍ່ຕ້ອງຕື່ມນ້ຳກັ່ນຕະຫຼອດອາຍຸການໃຊ້ງານ
ບໍ່ດີແນ່ນອນຖ້າພົບປັນຫາໝໍ້ໄຟໝົດໂດຍບໍ່ຮູ້ໂຕ...ແວ່ສູນບໍລິການມາດຕະຖານອີຊູຊຸໃກ້ບ້ານທ່ານເພື່ອຮັບການບໍລິການ ກວດເຊັກປະສິດທິພາບຂອງໝໍ້ໄຟບໍລິການດີໆແບບນີ້ ມີທີ່ສູນບໍລິການມາດຕະຖານອີຊູຊຸທົ່ວປະເທດເດີທ່ານ
ສະຖີຕິຂອງອຸບັດເຫດຕາມທ້ອງຖະໜົນກວ່າ 20% ເກີດຈາກທັດສະນະວິໄສໃນການຂັບຂີ່ທີ່ບໍ່ຊັດເຈນ ສາເຫດສ່ວນໜຶ່ງແມ່ນມາຈາກໃບປັດນ້ຳຝົນເສື່ອມສະພາບ ດັ່ງນັ້ນການດູແລຮັກສາໃບປັດນ້ຳຝົນຈຶ່ງເປັນເລື່ອງທີ່ບໍ່ຄວນເບິ່ງຂ້າມ
ຢາງໃບປັດນ້ຳຝົນຈະເສື່ອມສະພາບຕາມໄລຍະເວລາ ເນື່ອງຈາກຄວາມຮ້ອນຂອງແສງແດດ ແລະ ຝຸ່ນຄວັນ ສ່ວນກ້ານໃບປັດກໍອາດຈະເປັນໝ້ຽງ ຫຼື ຄົດງໍຈາກຄວາມຊຸ່ມ ແລະ ຄວາມຮ້ອນໄດ້ເຊັ່ນກັນ ດັ່ງນັ້ນຈຶ່ງຄວນດູແລອຸປະກອນປັດນ້ຳຝົນຢ່າງສະໝ່ຳສະເໝີ ແລະ ປ່ຽນເມື່ອເສື່ອມສະພາບ ເພື່ອຄວາມປອດໄພໃນການຂັບຂີ່
ເລືອກໃຊ້ອຸປະກອນປັດນ້ຳຝົນທີ່ມີຄຸນນະພາບເພື່ອຄວາມປອດໄພ ທ່ານສາມາດຫາຊື້ອຸປະກອນປັດນ້ຳຝົນທີ່ຜ່ານການຮັບຮອງມາດຕະຖານໄດ້ທີ່ສູນບໍລິການມາດຕະຖານອີຊູຊຸໃກ້ບ້ານທ່ານ
ໂຊກອັບ ເຮັດໜ້າທີ່ດູດຊັບແຮງກະແທກ ແລະ ຄວບຄຸມການຍຶດເກາະຖະໜົນຂອງລົດ ເມື່ອຂັບຂີ່ເທິງຖະໜົນບໍ່ລຽບ ຫຼື ການຄວບຄຸມລົດໃນທາງໂຄ້ງ ຫຼື ຫຼົບຫຼີກສິ່ງກີດຂວາງ ໂດຍໃຊ້ງານຮ່ວມກັນກັບສະປຼິງ ຫຼື ແໜບ ເພື່ອການຂັບຂີ່ທີ່ນຸ້ມນວນເພີ່ມປະສິດທິພາບໃນການເກາະຖະໜົ
ເພື່ອຄວາມໝັ້ນໃຈ ແລະ ຄວາມປອດໄພໃນການຂັບຂີ່ທ່ານສາມາດນຳລົດຂອງທ່ານມາກວດສະພາບ ແລະ ເຊັກການຮົ່ວຊຶມຂອງໂຊກອັບທີ່ສູນບໍລິການມາດຕະຖານອີຊູຊຸໃກ້ບ້ານທ່ານ
ຜ້າເບຼກ ເປັນອຸປະກອນເພື່ອຄວາມປອດໄພ ເຮັດໜ້າທີ່ສ້າງແຮງສຽດທານກັບຈານເບຼກ ເພື່ອຫຼຸດຜ່ອນຄວາມໄວ ຫຼື ຢຸດລົດໂດຍອາຍຸການໃຊ້ງານຂອງຜ້າເບຼກຈະຂຶ້ນຢູ່ກັບປັດໄຈຕ່າງໆ ເຊັ່ນ ພຶດຕິກຳໃນການຂັບຂີ່ ຫຼື ນ້ຳໜັກທີ່ບັນທຸກ ເປັນຕົ້ນ ແລະເມື່ອໃຊ້ງານຜ້າເບຼກມາໄລຍະໜຶ່ງຈະເກີດຄວາມເປິະເປື້ອນໃນລະບົບເບຼກຂຶ້ນໄດ້ ຊຶ່ງຈະຕ້ອງເຮັດຄວາມສະອາດໂດຍຜູ້ຊ່ຽວຊານເພື່ອເພີ່ມປະສິດທິພາບໃນການເບຼກ
ທີ່ສູນບໍລິການມາດຕະຖານອີຊູຊຸ ພວກເຮົາເລືອກໃຊ້ຜ້າເບຼກແທ້ມາດຕະຖານອີຊູຊຸທີ່ໄດ້ຮັບການອອກແບບຢ່າງເໝາະສົມສຳລັບລົດອີຊູຊຸໂດຍສະເພາະ ແລະ ມີຊ່າງຜູ້ຊ່ຽວຊານຊ່ວຍກວດເຊັກ ແລະ ເຮັດຄວາມສະອາດລະບົບເບຼກ ເພື່ອຄວາມໝັ້ນໃຈໃນການຂັບຂີ່ຂອງຜູ້ໃຊ້ລົດອີຊູຊຸທຸກຄົນ
ໝໍ້ນ້ຳ ເຮັດໜ້າທີ່ລະບາຍຄວາມຮ້ອນ ແລະ ຄວບຄຸມອຸນຫະພູມຂອງນ້ຳຫຼໍ່ເຢັນ ໃຫ້ມີອຸນຫະພູມທີ່ເໝາະສົມກັບການໃຊ້ງານຂອງເຄື່ອງຈັກ ທ່ານຄວນໝັ່ນດູແລໝໍ້ນ້ຳຢ່າງຖືກວິທີ ເພາະຫາກໝໍ້ນ້ຳເສຍຫາຍ ອາດເຮັດໃຫ້ເຄື່ອງຈັກເກີດຄວາມຮ້ອນສູງຈົນເກີດຄວາມເສຍຫາຍຕໍ່ເຄື່ອງຈັກຕ້ອງເສຍຄ່າສ້ອມແປງໂດຍບໍ່ຈຳເປັນ
ໂດຍປົກກະຕິນ້ຳຢາເຕີມໝໍ້ນ້ຳ ຈະມີການເສື່ອມສະພາບ ເນື່ອງຈາກຄວາມຮ້ອນ ແລະ ສິ່ງເປິະເປື້ອນຕ່າງໆ ດັ່ງນັ້ນເພື່ອເປັນການບຳລຸງຮັກສາ ແລະ ປ້ອງກັນການຫຼຸ້ຍຫ້ຽນຂອງໝໍ້ນ້ຳ ຈຶ່ງຄວນປ່ຽນຖ່າຍນ້ຳຢາເຕີມໝໍ້ນ້ຳເປັນປະຈຳຢ່າງໜ້ອຍທຸກໆ 2 ປີ
ໝໍ້ນ້ຳແທ້ຂອງອີຊູຊຸຈະໃຊ້ງານໄດ້ຢ່າງເຕັມປະສິດທິພາບ ທົນທານອາຍຸການໃຊ້ງານຍາວນານ ເມື່ອໄດ້ຮັບການຕື່ມນ້ຳຢາເຕີມໝໍ້ນ້ຳແທ້ອີຊູຊຸ Long Life Coolant (LLC) ເພາະມີຄຸນສົມບັດ ຊ່ວຍປ້ອງກັນການກັດເຊາະ ແລະ ການເກີດໝ້ຽງ ໂດຍບໍ່ທຳລາຍຊິ້ນສ່ວນທີ່ເປັນຢາງປະເກັນຕ່າງໆ ລວມທັງໂລຫະພາຍໃນໂຄງສ້າງໝໍ້ນ້ຳອີກດ້ວຍ