ສູນບໍລິການມາດຕະຖານອີຊູຊຸ ອອກແບບມາເພື່ອລົດອີຊູຊຸໂດຍສະເພາະຕາມມາດຕະຖານຈາກອີຊູຊຸປະເທດຍີ່ປຸ່ນ ພ້ອມດ້ວຍອຸປະກອນທີ່ທັນສະໄໝຮັບກັບໂຄງສ້າງລົດຕາມຄ່າມາດຕະຖານຈາກໂຮງງານ ແລະ ຍັງເໜືອກວ່າອູ່ສ້ອມແປງທົ່ວໄປດ້ວຍເຄື່ອງມືວິນິດໄສອັດສະລິຍະ (GIDSS, TECH-2) ຊຶ່ງຊ່ວຍວິເຄາະບັນຫາລົດທີ່ມີເຕັກໂນໂລຊີລ້ຳສະໄໝຢ່າງອີຊູຊຸ ດ້ວຍລະບົບເອເລັກໂທຼນິກທີ່ມີຄວາມແນ່ນອນສູງ ດ້ວຍອຸປະກອນທີ່ຄົບວົງຈອນ ແລະ ໄດ້ມາດຕະຖານ ທັງໝົດນີ້ຊ່ວຍໃຫ້ວຽກສ້ອມແປງທີ່ອີຊູຊຸມີປະສິດທິພາບ ແນ່ນອນ ແລະ ສາມາດປ້ອງກັນຄວາມເສຍຫາຍທີ່ເກີດຂື້ນລະຫວ່າງວຽກສ້ອມແປງ.
ຊ່າງອີຊູຊຸໄດ້ຮັບການຝຶກອົບຮົມຊ່າງຈາກສະຖາບັນຝຶກອົບຮົມຕຣີເພຊອີຊູຊຸ ຫຼາຍກວ່າ 500 ຊົ່ວໂມງ ແລະ ຍັງມີການແຂ່ງຂັນທັກສະສີມືຊ່າງລະດັບປະເທດເປັນປະຈຳທຸກປີ ເພື່ອເພີ່ມທັກສະ ແລະ ຍົກລະດັບຄວາມຊຳນານ.
ເພື່ອໃຫ້ວຽກສ້ອມແປງໄດ້ຄຸນນະພາບຫຼາຍຂຶ້ນ ນອກຈາກຂັ້ນຕອນການສ້ອມແປງຕາມມາດຕະຖານແລ້ວ, ອີຊູຊຸໄດ້ເພີ່ມຂັ້ນຕອນກ່ອນ ແລະ ຫຼັງການສ້ອມແປງ ເພື່ອຄວບຄຸມຄຸນນະພາບວຽກສ້ອມແປງໃຫ້ດີຂຶ້ນ, ລວມເຖິງການກວດສະພາບລົດເບື້ອງຕົ້ນກ່ອນຮັບບໍລິການໂດຍທີ່ປຶກສາວຽກບໍລິການ ແລະ ການກວດກາຄຸນນະພາບວຽກສ້ອມແປງກ່ອນສົ່ງມອບລົດຄືນໂດຍຫົວໜ້າຊ່າງ ຊຶ່ງທັງໝົດນີ້ກໍເພື່ອໃຫ້ວຽກສ້ອມແປງໄດ້ມາດຕະຖານ, ປອດໄພ ແລະ ຄຸ້ມຄ່າຫຼາຍຂຶ້ນ.
ບໍລິສັດ ຕຣີເພຊອີຊູຊຸເຊວຊ໌ ຈຳກັດ ຮັບປະກັນລົດທີ່ຜະລິດ ຫຼື ຈຳໜ່າຍໂດຍ ບໍລິສັດ ຕຣີເພຊອີຊູຊຸເຊວຊ໌ ຈຳກັດ ຫຼື ຜູ້ຈຳໜ່າຍທີ່ໄດ້ຮັບການແຕ່ງຕັ້ງເທົ່ານັ້ນ.
ນັບແຕ່ວັນສົ່ງມອບລົດໃຫ້ກັບລູກຄ້າຄົນທຳອິດ ໂດຍມີໄລຍະເວລາການຮັບປະກັນກຳນົດ 3 ປີ ຫຼື ໄລຍະທາງທີ່ລົດແລ່ນ 100,000 ກິໂລແມັດທຳອິດ ແລ້ວແຕ່ຢ່າງໃດຢ່າງໜຶ່ງຈະຮອດກຳນົດກ່ອນ.
ບໍລິສັດ ຈະຈັດຫາ ຫຼື ສ້ອມແປງສ່ວນປະກອບຂອງລົດສະເພາະສ່ວນທີ່ບໍລິສັດ ໄດ້ຍອມຮັບໃນຄວາມບົກຜ່ອງຂອງວັດສະດຸ ຫຼື ສີມືການປະກອບເທົ່ານັ້ນ.
ເມື່ອບໍລິສັດ ໄດ້ຍອມຮັບຄວາມເປ່ເພບົກຜ່ອງຂອງວັດສະດຸ ຫຼື ສີມືການປະກອບໃນລາຍການໃດ, ບໍລິສັດຈະເຮັດການສ້ອມແປງ, ປັບແຕ່ງ ຫຼື ປ່ຽນຊິ້ນສ່ວນປະກອບຂອງລົດທີ່ເປ່ເພບົກຜ່ອງນັ້ນໃຫ້ ໂດຍບໍ່ຄິດໄລ່ລາຄາ, ລວມທັງບໍ່ຄິດໄລ່ຄ່າບໍລິການໃນການປ່ຽນຊິ້ນສ່ວນປະກອບນັ້ນດ້ວຍ.
*ຫາກທ່ານມີຂໍ້ສົງໃສກ່ຽວກັບເງື່ອນໄຂໃນການຮັບປະກັນ ແລະ ຂໍ້ຍົກເວັ້ນການຮັບປະກັນ, ກະລຸນາຕິດຕໍ່ບໍລິສັດ ຫຼື ຜູ້ຈຳໜ່າຍລົດອີຊູຊຸໄດ້ທຸກແຫ່ງ.
**ບໍລິສັດຂໍສະຫງວນສິດໃນການອອກໃບຮັບປະກັນໃຫ້ໃໝ່.
ໝົດບັນຫາກັບການເສຍເວລາລໍຖ້າຄິວ ດ້ວຍບໍລິການນັດໝາຍລ່ວງໜ້າ ທີ່ໃຫ້ທ່ານເຂົ້າຮັບບໍລິການໄດ້ທັນທີ, ພຽງແຕ່ໂທນັດໝາຍລ່ວງໜ້າຢ່າງໜ້ອຍ 1 ວັນ ແລະ ຖ້າທ່ານບໍ່ສະດວກທີ່ຈະມາຕາມເວລານັດ ທ່ານສາມາດປ່ຽນແປງວັນ ແລະ ເວລາເຂົ້າຮັບບໍລິການໄດ້ແບບບໍ່ຕ້ອງກັງວົນ.
1. ໂທນັດໝາຍ
2.
ບໍລິການແຈ້ງເຕືອນ
ກ່ອນເຖິງວັນນັດໝາຍ
3.
ນຳລົດເຂົ້າຮັບບໍລິການ
ກົງຕາມເວລານັດ